ຕ້ອງບອກເລີຍວ່າເຮັດໃຫ້ຊາວເນັດຕ່າງອອກມາແຊເລື່ອງລາວຂອງເດັກໜຸ່ມອາຍຸ 15 ປີກັນພຽບເມື່ອເດັກຊາຍ ສະພົນ ວົງນະລົງຮັກ ໂຮງຮຽນບ້ານກຸດໄຜ່ ຕຳບົນຕະຫຼອດແຮ້ງ ອຳເພີບ້ານຂະເວົ້າ ຈັງຫວດໄຊຍະພູມ
ພໍ່ຄ້າຂາຍນ້ຳອ້ອຍ ຮ້ອງຕະໂກນຂາຍນ້ຳອ້ອຍທ່າມກາງສາຍຝົນທີ່ຕົກລົງມາຢ່າງໜັກເອີ້ນລູກຄ້າທີ່ຂັບລົດຜ່ານໄປມາເທິງຖະໜົນສາຍບ້ານຂະເວົ້າ ໜອງບົວແດງ ເຖິງຝົນຈະຕົກໜັກເກີດລົມພັດແຮງ
ໜຸ່ມນ້ອຍກໍ່ຍັງຂາຍນ້ຳອ້ອຍສົດ ທີ່ປັ່ນດ້ວຍຕົນເອງເພື່ອທີ່ຈະຫາລາຍໄດ້ໃຊ້ຈ່າຍໃນການສຶກສາແລະດູແລຄອບຄົວ ເດັກຊາຍສະພົນ ວົງນະລົງຮັກ ຫຼື ນ້ອງເຮງ ເລົ່າວ່າ ໃນຊ່ວງໂຄວິດໂຮງຮຽນໃຫ້ຮຽນອອນລາຍຕົນກັບອ້າຍໄດ້ຂໍຢືມເງິນຂອງພໍ່ແມ່
ເພື່ອນຳມາລົງທຶນໃນການຂາຍນ້ຳອ້ອຍສົດຂວດລະ 10 ບາດ 6 ຂວດ 50 ບາດ ລາຍໄດ້ສະເລ່ຍມື້ລະ 200-300 ບາດ ແຕ່ມື້ນີ້ໂຊກບໍ່ຄ່ອຍຈະດີຝົນຕົກໜັກ ສ່ວນລາຍໄດ້ທີ່ຂາຍໄດ້ໃນແຕ່ລະວັນຈະນຳໄປຝາກທະນາຄານ
ເພື່ອເປັນທຶນການສຶກສາແລະບາງສ່ວນນຳມາໃຊ້ຈ່າຍໃນຄອບຄົວ ລູກຄ້າທີ່ແວະວຽນມາໃຊ້ບໍລິການຊື້ນ້ຳອ້ອຍສົດ ຢືນຢັນວ່າເຫັນນ້ອງເຮງອອກມາຢືນຂາຍນ້ຳອ້ອຍສົດເປັນປະຈຳເຫັນແລ້ວຮູ້ສຶກວ່າເປັນແບບຢ່າງທີ່ດີຕໍ່ໄວລຸ້ນ
ອີກທັງມີຄວາມຮູ້ສຶກວ່ານ້ອງເຮງມີຊີວິດຄ້າຍໆຕົນ ມັກທຳມາຄ້າຂາຍຕັ້ງແຕ່ເດັກນ້ອຍເຖິງແມ່ນວ່າຝົນຈະຕົກໜັກນ້ອງເຮງກໍ່ບໍ່ຫວັ່ນ ຢືນຂາຍນ້ຳອ້ອຍແລະເອີ້ນລູກຄ້າຢູ່ຕະຫຼອດ ຈົນເຮັດໃຫ້ຊາວເນັດ ຕ່າງເຂົ້າມາຊື່ນຊົມກັນພຽບວ່າ
“ສູ້ໆເດີ້ ເດັກດີ ພໍ່ແມ່ສອນມາດີ ຂໍໃຫ້ມີແຕ່ຄວາມຈະເລີນຕະຫຼອດໄປເດີ້ ຖ້າໄດ້ຜ່ານໄປຈະອຸດໜູນນ້ອງໃຫ້ ດຽວໂອນເງິນໃຫ້ສູ້ໆເດີ້ລູກ ລູກເປັນເດັກດີຫຼາຍ ຊ່ວຍພໍ່ແມ່ ທຳມາຫາກິນ ເປັນກຳລັງໃຈໃຫ້ເດີ້ລູກ, ເປັນກຳລັງໃຈໃຫ້ເດີ້ ເດັກດີໆສົມຄວນໄດ້ຮັບການອຸດໜູນ”