ຕະຫຼອດໄລຍະຜ່ານມາ ພັກ-ລັດແມ່ນໄດ້ພະຍາຍາມຊ່ວຍແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນດ້ວຍການປ່ອຍເງິນດອກເບ້ຍຕ່ຳໃຫ້ກັບຜູ້ທີ່ມີເງື່ອນໄຂກູ້ຢືມ ແຕ່ເງິນຈຳນວນໜຶ່ງກໍ່ຖືກນຳໃຊ້ໃຊ້ບໍ່ຖືກເປົ້າໝາຍ, ແຕ່ຫຼາຍປີມານີ້ຫຼາຍພາກສ່ວນເລີ່ມໃຫ້ການສະໜັບສະໜູນເປັນສິ່ງຂອງແທນເງິນ.
ຫວ່າງບໍ່ດົນມານີ້ ໂຄງການຍົກສູງຜົນຜະລິດໄກ່ລາດ ຂອງຊາວກະສິກອນຂະໜາດໜ້ອຍ ຢູ່ແຂວງໄຊສົມບູນ ໄດ້ນຳເອົາແນວພໍ່ພັນໄກ່ລາດ ມາມອບໃຫ້ແກ່ຊາວກະກອນ ບ້ານອອມ ແລະ ບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ໂດຍການມອບຂອງທ່ານ ນາງ ປອ ມາລາວັນ ຈິດຕະວົງ ຜູ້ຈັດການໂຄງການຍົກສູງຜົນຜະລິດໄກ່ລາດ ຂອງຊາວກະສິກອນຂະໜາດໜ້ອຍ ຢູ່ແຂວງໄຊສົມບູນ ແລະ ຮັບໂດຍ ຕາງໜ້າຮັບໂດຍອຳນາດການປົກຄອງບ້ານ ທັງສອງບ້ານດັ່ງກ່າວ, ມີ ທ່ານ ປອ ເຫວດປານີ ສີວົງໄຊ ຕ່າງໜ້າບໍລິສັດ ກຸ່ມຄຳໄພຊະນະ ຈຳກັດຜູ້ດຽວ ຜູ້ພັດທະນາໂຄງການປັບປຸງຊີວິດການເປັນຢູ່ປະຊາຊົນ ແຂວງໄຊສົມບູນ ແລະ ພາກສ່ວນທີກ່ຽວຂ້ອງ ເຂົ້າຮ່ວມ ເປັນສັກຂີພີຍານ.
ຈຳນວນພໍ່ພັນ ແມ່ພັນ ໄກ່ລາດ ທີ່ໂຄງການນຳມາມອບໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນໂດຍ ACIAR ຈາກປະເທດອົດສະຕາ ຊຶ່ງມີພໍ່ພັນ ແມ່ພັນໄກ ທັງໝົດ ຈຳນວນ 300 ໂຕ ພ້ອມດ້ວຍ ອຸປະກອນການລ້ຽງໄກ່ ເຊັ່ນ: ຕຸກນ້ຳ, ຖັງອາຫານ, ຢາປົວພະຍາດໄກ່ ແລະ ຫົວອາຫານສຳເລັດຮູບ ລວມມູນຄ່າທັງໝົດ ສຳລັບພໍ່ພັນ ແມ່ພັນໄກ່ລາດທີ່ທາງໂຄງການນຳມາມອບໃນຄັ້ງນີ້ ແມ່ນຈະໄດ້ແບ່ງໃຫ້ແກ່ປະຊາຊົນ ຈຳນວນ 20 ຄອບຄົວ ຢູ່ທີ່ບ້ານອອມ ແລະ ບ້ານກໍໄຮ ເພື່ອນຳໄປຂະຫຍາຍພັນຕໍ່.ຈຸດປະສົງຫຼັກຂອງໂຄງການ ແມ່ນເພື່ອປັບປຸງລະບົບການຜະລິດໄກ່ລາດ ຂອງຊາວກະສິກອນຫນາດນ້ອຍ ລວມທັງການຄຸ້ມຄອງ ແລະ ຜົນໄດ້ຮັບທາງດ້ານເສດຖະກິດ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວຂອງຊາວກະສິກອນ ໃຫ້ດີຂຶ້ນກວ່າເກົ່າ ທັງເປັນການ ຄ້ຳປະກັນສະບຽງອາຫານ ແລະ ພັດທະນາຄວາມສາມາດໃນການລ້ຽງສັດປີກ ໃຫ້ຫຼາຍຂຶ້ນ ເປັນຕົ້ນ ລະບົບການໃຫ້ອາຫານ ແລະ ການຮັກສາສຸຂະພາບຂອງສັດປີກ.
ຊຶ່ງໂຄງການດັ່ງກ່າວ ແມ່ນໄດ້ຮັບການຮ່ວມມືກັນ ລະຫວ່າງ ACIAR ຈາກປະເທດອົດສະຕາລີ ຮ່ວມກັບບໍລິສັດ ກຸ່ມຄຳໄພຊະນະ ຈຳກັດຜູ້ດຽວ ຊຶ່ງເລີ່ມມາແຕ່ປີ 2021 ໃນໄລຍະຜ່ານມາ ທາງໂຄງການກໍໄດ້ຄັດເລືອກບ້ານເປົ້າໝາຍ ພ້ອມທັງເກັບລົງສຳຫຼວດຄວາມຕ້ອງການຂັ້ນພື້ນຖານ ແລະ ບັນຫາທີ່ພົບພໍ້ຂອງປະຊາຊົນ ຫຼັງຈາກນັ້ນ ກໍໄດ້ຈັດຊຸດຝຶກອົບຮົມ 2 ຄັ້ງ ໃຫ້ແກ່ຄອບຄົວສະມາຊິກໂຄງການ ຫຼັງຈາກ ທີໄດ້ມອບໄກ່ໃຫ້ແກ່ຊາວກະສິກອນແລ້ວ ທີມງານໂຄງການ ພ້ອມດ້ວຍ ພະແນກກະສິກຳ ແລະ ປ່າໄມ້ແຂວງ ກໍຈະໄດ້ລົງຕິດຕາມ ປະເມີນຜົນໂຄງການ ເປັນແຕ່ລະໄລຍະ ເພື່ອຮັບປະກັນໃຫ້ແກ່ການລຽງໄກ່ຖືກຕ້ອງຕາມຫຼັກການ ແລະ ຂະຫຍາຍແຜ່ພັນອອກໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້.
ຂ່າວ: ພຸດທະສອນ ເວດສະວົງ