ປະຊາຊົນ ບ້ານໂພນໂຮມ ເມືອງນໍ້າບາກ ແຂວງຫລວງພະບາງ ຕື່ນຕົວມອບອາວຸດລ່າເນື້ອໃຫ້ເຈົ້າໜ້າທີ່

0
282

ທ່ານ ພັທ ຈັນທາ ພັນທະວົງ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບເມືອງ ລາຍງານ ເມື່ອບໍ່ດົນມານີ້ ວ່າ: ທີ່ບ້ານໂພນໂຮມ ເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ຈັດພິທີມອບອາວຸດລ່າເນື້ອ (ປືນແກັບ) ໃຫ້ກອງບັນຊາການປ້ອງກັນຄວາມສະຫງົບເມືອງ ພາຍຫລັງບ້ານໂພນໂຮມ ໄດ້ກຳນົດເປັນບ້ານພັດທະນາ, ບ້ານປອດຢາເສບຕິດ, ບ້ານປອດຄະດີ, ບ້ານປ້ອງກັນຊາດເຂັ້ມແຂງ ຊຶ່ງເປັນບ້ານຊົນເຜົ່າກຶມມຸ, ມີທັງໝົດ 131 ຄອບຄົວ, ພົນລະເມືອງທັງໝົດ 768 ຄົນ ຍິງ 399 ຄົນ.

ຜ່ານການຈັດຕັ້ງເຊື່ອມຊຶມເອກະສານຕິດພັນກັບການແກ້ໄຂວາລະແຫ່ງຊາດເປັນຕົ້ນແມ່ນ ແຈ້ງການຂອງກອງບັນຊາການປ້ອງກັນຄວາມສະຫງົບ ເມືອງນ້ຳບາກ ສະບັບເລກທີ 307/ປກສ-ມນບ, ວ່າດ້ວຍການຫ້າມນໍາໃຊ້ອາວຸດເສິກ, ອາວຸດລ່າເນື້ອ, ທາດແຕກ, ທາດລະເບີດ ແລະ ເຄື່ອງຊັອດປາ.

ນອກນີ້ ກອງບັນຊາການ ປກສ ເມືອງ ຍັງໄດ້ເຂັ້ມງວດອ່ານກົດລະບຽບ ສະບັບເລກທີ 308/ປກສ-ມນບ, ວ່າດ້ວຍກົດລະບຽບການຄຸ້ມຄອງອາວຸດ, ທາດແຕກ, ທາດລະເບີດ ແລະ ເຄື່ອງຊັອດປາ, ເພື່ອໃຫ້ ປະຊາຊົນເຂົ້າໃຈແລະ ສະໝັກໃຈນຳເອົາອາວຸດຊະນິດປືນແກັບ ມາສົ່ງໃຫ້ທາງອຳນາດການປົກຄອງບ້ານ ແລ້ວບ້ານກໍສັງລວມນຳສົ່ງໃຫ້ກອງບັນຊາການປ້ອງກັນຄວາມສະຫງົບເມືອງ ມີທັງໝົດ 69 ກະບອກ.