ພໍ່ຜູ້ທີ່ພິການຂາແລະແຂນສູ້ຊີວິດເລາະຂາຍເຄື່ອງ ສົ່ງລູກສອງຄົນຮຽນຈົບຮັບລາດຊະການ

0
470

ເປັນອີກໜຶ່ງຕົວຢ່າງຄົນສູ້ຊີວິດ ເມື່ອສະມາຊິກເຟສບຸກ “ວໍລະນັນ ສາລະສາລິນ” ໄດ້ໂພສເລົ່າເລື່ອງລາວຄວາມສູ້ຊີສິດຂອງຊາຍພິການຂາແລະແຂນທ່ານໜຶ່ງ ໂດຍລະບຸວ່າ ມັນຄືຮັກແທ້ທີ່ໄຮ້ຂໍ້ຈຳກັດໃດໆມາຂວາງກັ້ນ “ລຸງບຸນຊູ ປ້າສົ້ມລິ້ມ ຂັນທອງ ບຸບເພສັນນິວາດຮັກແທ້ແຫ່ງອຳເພີສາມສຸກ ເມືອງສຸພັນບຸລີ

ລຸງພິການແຂນດ້ວນຂາ ສູ້ຊີວິດດ້ວຍຄວາມຂະຫຍັນຂັນແຂງສາມາດເຮັດວຽກໄດ້ທຸກຢ່າງແບບຄົນປົກກະຕິ ແຖມສົ່ງລູກສາວສອງຄົນຈົນຈົບການສຶກສາຮັບລາດຊະການທຸກມື້ເຖິງລູກສົ່ງເສຍແຕ່ບໍ່ຍອມຢູ່ລ້າເລາະຂາຍເຝີ

ປູກເຂົ້າເຮັດນາຂອງຕົນເອງກ່ວາ 20 ໄຮ່ ເຜີຍເຄັດຄອງໃຈເມຍຂະຫຍັນອົດທົນທຳມາຫາກິນ ສ່ວນປ້າສົ້ມລິ້ມ ບອກວ່າຮັກອ້າຍບຸນຊູຍ້ອນລາວເປັນຄົນດີ ຢູ່ກິນເປັນຜົວເມຍມາກ່ວາ 40 ປີແລ້ວ ແຕ່ທຳອິດພໍ່ແມ່ບໍ່ຍອມຮັບ ຍ້ານລຳບາກແຕ່ສາມີພິການຄົນນີ້ ສ້າງຕົວຝ່າຟັນຈົນຊະນະໃຈຄົນໃນຄອບຄົວ ແຖມຊາວບ້ານທີ່ເຄີນນິນທາຕອນນີ້ຍອມຮັບກັນໝົດ”