ສຸດເຈັບໃຈ!ສາວຢືນຕໍ່ແຖວກວດໂຄວິດ2ຊົ່ວໂມງ ແຕ່ຫຼົງຕໍ່ຄິວຊື້ຂາໄກ່

0
412

ສຸດເຈັບໃຈ!ສາວຢືນຕໍ່ແຖວກວດໂຄວິດ2ຊົ່ວໂມງ ແຕ່ຫຼົງຕໍ່ຄິວຊື້ຂາໄກ່

ເປັນເລື່ອງທີ່ບໍ່ຮູ້ວ່າຈະຫົວ ຫຼື ຈະອີ່ຕົນດີ ກັບເລື່ອງລາວຂອງສາວຊາວຈີນລາຍໜຶ່ງທີ່ເສຍເວລາຢືນຕໍ່ແຖວ 2 ຊົ່ວໂມງເພື່ອລໍຖ້າກວດໂຄວິດ ກ່ອນຈະພົບຄວາມຈິງວ່າ ຕົນເອງໄດ້ຕໍ່ແຖວຜິດ ກາຍເປັນແຖວຂອງຮ້ານຂາຍໄກ່ປີ້ງ!ເນື່ອງຈາກສະຖານະການການລະບາດຂອງໂຄວິດໃນປະເທດຈີນ

ເມື່ອບໍ່ດົນມານີ້ມີຍອດຜູ້ຕິດເຊື້ອເພີ່ມສູງຂຶ້ນ ເຮັດໃຫ້ປະຊາຊົນຈຳນວນຫຼາຍຕ້ອງເຂົ້າຮັບການກວດຫາເຊື້ອໂຄວິດອີກຄັ້ງໜຶ່ງ ເຊິ່ງ ລີນ້າ ຫຼິນ ຍິງສາວທີ່ອາໄສຢູ່ທີ່ເມືອງຫາງໂຈວ ແຂວງເຈີ້ຈຽງ ກໍໄດ້ຕັດສິນໃຈເດີນທາງໄປເຂົ້າຮັບການກວດຫາເຊື້ອຢູ່ໂຮງໝໍໃກ້ບ້ານ ແລະ ເນື່ອງຈາກຄິວຍາວຫຼາຍ ຈຶ່ງຕ້ອງລໍຖ້າປະມານ 2 ຊົ່ວໂມງ.

ແນວໃດກໍຕາມ ເມື່ອຮອດຄິວຂອງນາງ, ນາງກໍໄດ້ຮູ້ວ່າ ແຖວທີ່ຕົນເອງຢືນລໍຖ້າຢູ່ນັ້ນບໍ່ແມ່ນແຖວທີ່ລໍຖ້າຄິວກວດໂຄວິດ ແຕ່ເປັນແຖວຂອງລູກຄ້າທີ່ມາຊື້ໄກ່ປີ້ງ ເຊິ່ງຮ້ານດັ່ງກ່າວໃກ້ກັບໂຮງໝໍ.

ເພື່ອບໍ່ໃຫ້ການລໍຄອຍ 2 ຊົ່ວໂມງຂອງຕົນເອງເສຍຖິ້ມໄປລ້າໆ, ລີນ້າ ເລີຍຕັດສິນໃຈຊື້ໄກ່ປີ້ງ 2 ຊຸດແລ້ວກັບບ້ານ.ກໍເປັນເຫດການທີ່ຖືກເວົ້າເຖິງກັນເປັນວົງກວ້າງໃນໂລກອອນລາຍຂອງຈີນ ເຊິ່ງຊາວເນັດບາງຄົນກໍສົງໄສກ່ຽວກັບລົດຊາດຂອງໄກ່ປີ້ງວ່າ ຈະແຊບຄຸ້ມຄ່າກັບເວລາທີ່ລໍຖ້າດົນແບບນັ້ນບໍ່?

ແລ້ວຜູ້ອ່ານເດ ເຄີຍພົບເຫດການປະມານນີ້ກັບໂຕເອງບໍ່? ລອງເລົ່າສູ່ເຮົາຟັງໄດ້ ຫຼື ຖ້າມີໝູ່ທີ່ເຈິເຫດການແບບນີ້ມາກ່ອນ ກໍເມັນຊັນລາວມາອ່ານເລື່ອງນີ້ເລີຍ.
ທີ່ມາໂດຍ: ທີມບັນນາທິການ muan.la

ເລື່ອງ ແລະ ພາບຈາກ: ET Today