ເງິນກີບລາວ ຈະມີໂອກາດກັບມາແຂງຄ່າຄືນບໍ່? ພວກເຮົາຈະແກ້ໄຂກັນແນວໃດ?
ເງິນກີບ ຈະມີໂອກາດກັບມາແຂງຄ່າຄືນບໍ່? ຫາກຕັ້ງໂຈດກັນວ່າ, ພວກເຮົາຈະແກ້ໄຂກັນແນວໃດ? ເພື່ອເຮັດໃຫ້ເງິນກີບລາວແຂງຄ່າ, ປັດໄຈຫລັກໆນັ້ນມັນກໍ ມີຢູ່ວ່າ:ປະຊາຊົນລາວຕ້ອງຫັນປ່ຽນແນວຄິດຂີ້ຄ້ານມັກງ່າຍ, ແນວຄິດເອື່ອຍອີງ ຫັນມາເປັນຄົນຂະຫຍັນດຸຫມັ່ນ ເຮັດການຜະລິດ ເພື່ອເປັນສິນຄ້າສົ່ງອອກໃຫ້ຫລາຍໆ. ເພາະໂອກາດໄດ້ມາເຖິງແລ້ວ,
ຕະຫລາດຈໍາຫນ່າຍສິນຄ້າ ກະສິກໍາ, ອຸດສາຫະກໍາ, ຫັດຖະກຳ ຫລາຍປະເພດຂອງລາວເຮົາ ແມ່ນ ສປ ຈີນ ແລະ ຫຼາຍໆປະເທດໃນພາກພື້ນ ແລະ ໃນໂລກ ທີ່ລາວເຮົາສາມາດສົ່ງຜ່ານ ລົດໄຟລາວຈີນ. ນັບແຕ່ເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ກໍ່ສ້າງສໍາເລັດ ແລະ ເປີດບໍລິການເປັນຕົ້ນມາ ໄດ້ບັງຄັບໃຫ້ຄົນ ລາວເຮົາໃຫ້ຫູແຈ້ງຕາໃສ ແລະ ຈະກາຍເປັນຄົນດຸຫມັ່ນແລ້ວ. ຊ່ອງທາງການຂົນສົ່ງດ້ວຍລົດໄຟ ຈະສ້າງເງື່ອນໄຂໃຫ້ປະຊາຊົນລາວປະເທດລາວຮັ່ງມີ
ຖ້າຫາກທຸກຄົນພ້ອມກັນເຢີກ ແລະ ພາກັນຢູ່ອ້ອມຂ້າງພັກ ແລະ ລັດຖະບານ, ເຫັນໄດ້ ເຖີງປັດໄຈອັນໃຫມ່ ສະເພາະປີ 2022 ພຽງເດືອນມັງກອນເດືອນດຽວເກີນດຸນໄປແລ້ວ 41 ລ້ານໂດລາ, ນີ້ຄືສັນຍານບອກເຕືອນວ່າເງິນກີບລາວ ພວມຈະຫວນຄືນມາແຂງຄ່າ ຖ້າທຸກຄົນພ້ອມໃຈກັນຮັກຊາດ, ດຸໝັ່ນ, ປ່ຽນຄວາມຄິດ ຈາກຜູ້ຊື້ຜູ້ຂາຍ, ຫັນມາສ້າງຜະລິດຕະພັນ ຫັນມາຊົມໃຊ້ຜະລິດຕະພັນຂອງລາວໃຫ້ຫຼາຍທີ່ສຸດ ເທົ່າທີ່ຈະສາມາດເຮັດໄດ້.
ຖ້າບໍ່ລິເລີ່ມແຕ່ຕອນນີ້ຜູ້ຜະລິດພາຍໃນ ກໍບໍ່ມີຄວາມສາມາດແຂ່ງຂັນ ແລະ ກໍບໍ່ມີໃຜຢາກສ້າງຜະລິດຕະພັນ ແລະ ບັນຫາເງິນເຟີ້ ເງິນອ່ອນຄ່າກໍ່ນັບມື້ນັບເພີ່ມທະວີແທ້ແລ້ວ.