ເຕືອນໄພ! ຢ່າໂພສເລກບັນຊີລົງໂຊຊ້ຽວ ເພາະອາດຖືກມິດສາຊີບໂກງ.

0
266

ເຕືອນໄພ! ຢ່າໂພສເລກບັນຊີລົງໂຊຊ້ຽວ ເພາະອາດຖືກມິດສາຊີບໂກງ.

ວິທີການສໍ້ໂກງມີຫຼາກຫຼາຍວິທີ ເຊິ່ງໜຶ່ງໃນນັ້ນກໍແມ່ນການເອົາບັນຊີຄົນອື່ນໄປໃຊ້ ຫຼື ແອບອ້າງ, ມື້ນີ້ເຮົາຈະມາເຕືອນໄພກ່ຽວກັບເຫດການດັ່ງກ່າວທີ່ອາດຈະເກີດຂຶ້ນໄດ້.
ສົມມຸດວ່າ ມີການໂພສເອົາເລກບັນຊີໂດຍການບອກວ່າ ຈະແຈກເງິນໃຫ້ກັບປະຊາຊົນ ແລ້ວກໍມີຄົນຫຼົງເຊື່ອແລ້ວສົ່ງເລກບັນຊີໃຫ້ ແຕ່ຫາກວ່າມິດສາຊີບເອົາບັນຊີດັ່ງກ່າວ ໄປໃຊ້ໃນທາງທີ່ຜິດເຊັ່ນວ່າ:

1. ຖ້າເຮົາໂພສຂາຍກະເປົາ ມິດສາຊີບກໍຈະໂພສຂາຍກະເປົາຂອງເຮົາໃຫ້ກັບ A 2. ແລ້ວມິດສາຊີບກໍຈະເອົາບັນຊີຂອງເຮົາໄປໃຫ້ A ເພື່ອໂອນເງິນ 3. ຈາກນັ້ນ ມິດສາຊີບ ກໍຈະແຊັດຕົວະເຮົາວ່າ ມິດສາຊີບ ເປັນຄົນໂອນ ແລ້ວໃຫ້ເຮົາສົ່ງເຄື່ອງໃຫ້ ຈາກນັ້ນກໍເອົາເຄື່ອງໄປ

ສະຫຼຸບກໍຄື A ຖືກຕົວະເອົາເງິນ ເພື່ອຈ່າຍຄ່າສິນຄ້າໃຫ້ ມິດສາຊີບ ແລະ ມິດສາຊີບ ກໍເອົາເຄື່ອງ ກັບເຮົາໄປ. ສະນັ້ນ, ບໍ່ຄວນເຊື່ອໃຈໃຜງ່າຍໆ ແລະ ບໍ່ຄວນເອົາຂໍ້ມູນສ່ວນໂຕລົງໂຊຊ້ຽວເດັດຂາດ ເພື່ອຄວາມປອດໄພ.