ເປັນທີ່ຄອງຄອຍຂອງພໍ່ແມ່ປະຊາຊົນວ່າປີໃໝ່ທີ່ຈະມາເຖິງຈະໄດ້ຫຼິ້ນກັນຫຼືບໍ ຕາມທີ່ເຫັນໂຄວິດພວມລຸກລາມຢ່າງໄວວາ ຍອດຜູ້ຕິດເຊື້ອເພີ່ມຂຶ້ນຮອດ 4 ຕົວເລກ, ການເຕົ້າໂຮມຄົນຄົງບໍ່ເໝາະສົມສຳລັບສະຖານະການແບບນີ້ຢ່າງແນ່ນອນ.
ອີງຕາມແຈ້ງການສະບັບເລກທີ 367/ຫສນຍ ລົງວັນທີ 23 ມີນາ 2022 ເລື່ອງທິດຊີ້ນຳກ່ຽວກັບການສະເຫຼີມສະຫຼອງປີໃໝ່ລາວ ພສ 2565(ພສ 2022) ແມ່ນເຫັນດີກຳນົດເອົາວັນທີ 13 ເມສາ 2022 ເປັນວັນພັກຊົດເຊີຍປີໃໝ່ລາວປີ 2022 ທົດແທນວັນເສົາທີ 16 ເມສາ 2022 ເຊິ່ງເປັນວັນພັກລັດຖະການ.
ພ້ອມນີ້ຍັງເນັ້ນຢ້ຳໃຫ້ທຸກພາກສ່ວນສະເຫຼີມສະຫຼອງປີໃໝ່ລາວຕ້ອງບົນຈິດໃຈປະຢັດມັດທະຍັດທີ່ສຸດ ແລະບໍ່ໃຫ້ສຳນັກງານອົງການຂັ້ນສູນກາງ ແລະທ້ອງຖິ່ນ ຈັດງານລ້ຽງສະຫຼອງປີໃໝ່ ອວຍພອນກັນຢ່າງເດັດຂາດ ເພື່ອເປັນແບບຢ່າງໃຫ້ແກ່ສັງຄົມ.
ມອບໃຫ້ຄະນະສະເພາະກິດໂຄວິດ-19 ຂັ້ນສູນກາງ, ຄະນະສະເພາະກິດນະຄອນຫຼວງວຽງຈັນ ແລະບັນດາແຂວງໃນຂອບເຂດທົ່ວປະເທດເປັນຜູ້ຕົກລົງ ແລະອອກແຈ້ງການແນະນຳລະອຽດ ເພື່ອໃຫ້ທຸກພາກສ່ວນກ່ຽວຂ້ອງຮັບຊາບ ແລະຈັດຕັ້ງປະຕິບັດກ່ຽວກັບມາດຕະການຕ່າງໆໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະສພເໝີສະຫຼອງປີໃໝ່ລາວ ໂດຍໃສ່ອີງໃສ່ສະພາບການລະບາດຕົວຈີງຂອງແຕ່ລະບ່ອນ.