ເປັນເລື່ອງລາວທີ່ມີຄົນຕິດຕາມກັນຫຼາຍ ເອີ້ນໄດ້ວ່າ ເບີດ ນັ້ນກໍ່ໄດ້ກັບມາກໍ່ຮ່າງສ້າງຕົວ ຫຼັງແລ້ວພິທີງານອາໄລ ແຟນສາວແຕງໂມ ນິດາ ອີກຄັ້ງ
ເຊິ່ງເຂົານັ້ນບໍ່ງໍ້ເງິນໃນວົງການຈັກບາດດຽວ ຫຼັງມີຄົນຄອຍຊວນໄປອອກລາຍການຢູ່ຕະຫຼອດ ຫຼື ຍິບຍືນໂອກາດຊ່ວຍເຫຼືອຢ່າງຫຼວງຫຼາຍ
ໂດຍງານນີ້ ເບີດ ກຳລັງກັບມາເປັນພໍ່ຄ້າຂາຍເສື້ອຜ້າເໝືອນເດີມອີກຄັ້ງ ເຊິ່ງເປັນທີ່ຮູ້ກັນດີວ່າ ເຂົານັ້ນເຮັດແບນດ້ວຍຕົນເອງ ໂດຍໃສ່ຊື່ແບນວ່າ stonerbkk.shop
ອີກທັງງານນີ້ ເບີດ ນັ້ນກໍ່ໄດ້ກຽມກັບມາເຮັດວຽກ ຜະລິດເສື້ອລາຍທີ່ ແຕງໂມ ນິດາ ມັກ ຂາຍພຽງ 1,000 ຕົວ
ໂດຍງານນີ້ ແອນນາ ໄດ້ອອກມາເລົ່າເລື່ອງລາວອັບເດດໃນລາຍການ ເຜັດມັນອັນຄັດ ວ່າໄວໆນີ້ ເບີດ ໄດ້ກຽມເຮັດເສື້ອອອກມາຂາຍເສື້ອລາຍນີ້
ເປັນເສື້ອທີ່ເຄີຍອອກແບບກັບ ແຕງໂມ ແຕງໂມບອກວ່າ ລາຍນີ້ງາມຫຼາຍ ເບີດເລີຍກະວ່າຈະເຮັດເສື້ອລາຍນີ້ມາຂາຍ ເຮັດຈຳນວນພຽງ 1,000 ຕົວ
ແອນນາກໍ່ຖາມເບີດວ່າ ເປັນຫຍັງບໍ່ພີອໍເດີ້ ເພາະເບີດກໍ່ທຶນບໍ່ຫຼາຍ ເບີດຕອບວ່າ ບໍ່ເອົາແອນນາເຮົາເຮັດເທົ່າທີ່ເຮົາເຮັດໄຫວ ເບິ່ງແມ້ ແລ້ວເຊື່ອບໍ່ວ່າຮັບຮອງຂາຍນາທີດຽວໝົດ
ຈ໊ະຈາ ຂ້ອຍເຊື່ອ ເພາະວ່າຄົນຮັກ ແລະ ພ້ອມຈະໃຫ້ກຳລັງໃຈເບີດຫຼາຍ ແອນນາ ຂ້ອຍຈອງໄປ 100 ຕົວແລ້ວ Size M 50 ຕົວ ແລະ L 50 ຕົວ
ທັງນີ້ ໃນໂລກອອນລາຍໄດ້ມີການເຜີຍວ່າ ຕອນນີ້ທາງ ເບີດ ໄດ້ປິດການຂາຍເສື້ອໄປເປັນທີ່ຮຽບຮ້ອຍແລ້ວ ເນື່ອງຈາກຍອດຈອງເຕັມທັງໝົດ 1,000 ຕົວ ພາຍໃນເວລາບໍ່ຮອດ 24 ຊົ່ວໂມງ
ເຊິ່ງ ເບີດ ຂາຍເສື້ອຕົວລະ 690 ເຊິ່ງເມື່ອຂາຍທັງໝົດ 1,000 ຕົວ ຈະໄດ້ຍອດຂາຍທັງໝົດ 690,000