ຈີນ ຕັ້ງເປົ້າໝາຍຜະລິດຊຸດກວດໂ ຄ ວິ ດ-19 ຈຳນວນ 3 ລ້ານຊຸດຕໍ່ວັນ

0
171

ສປ ຈີນ ຕັ້ງເປົ້າໝາຍຜະລິດຊຸດກວດໂຄວິດ-19 ຈຳນວນ 3 ລ້ານຊຸດຕໍ່ວັນ
ຂປລ.ອີງຕາມແຫລ່ງຂ່າວ ຊິນຮວາຂອງ ຈີນ, ວັນທີ 22 ມີນາ: ຈີນ ໄດ້ອະນຸມັດ ຜະລິດ ຕະພັນ ສຳລັບກວດ ພະຍາດໂຄວິດ-19 ແບບກວດ ດ້ວຍຕົນເອງ ຫລາຍຊະນິດ ເພື່ອເລັ່ງການຄັດກອງ

ທາງລະບາດ ວິທະຍາ ຂະໜານໃຫຍ່. ປັດຈຸບັນ ສາຍການຜະລິດ ຂອງບໍລິສັດ ປັກກິ່ງ ວ່ານໄທ່, ບີໂອໂລຈິກຄໍ, ຟາມາຊີ ຈຳກັດ (Beijing Wantai Biological Pharmacy) ໄດ້ດຳເນີນການ ຜະລິດຊຸດກວດ ພະຍາດ ໂຄວິດ-19 ແບບກວດ ດ້ວຍຕົນເອງ ລວມມີ 1 ລ້ານຊຸດ ຕໍ່ວັນ, ໂດຍບໍລິສັດ ພວມເພີ່ມ ກໍາລັງການຜະລິດ ແລະ ຕັ້ງເປົ້າໝາຍ ຜະລິດ ຊຸດກວດ ແບບດັ່ງກ່າວ ໃຫ້ໄດ້ ປະມານ 3 ລ້ານຊຸດ ຕໍ່ວັນ ໃນອະນາຄົດ.