ຈາກໂພສ Nunou Paneinh ຜູ້ຊາຍທຸກຄົນ ສາມາດມີລູກ ມີເມຍໄດ້ ແຕ່ບໍ່ໄດ້ຫມາຍຄວາມວ່າຜູ້ຊາຍຄົນທຸກຄົນທີ່ຈະເປັນພໍ່ທີ່ດີ ຜົວທີ່ດີໃຫ້ລູກເມຍໄດ້ …
ໃນຊີວິດນີ້ໂຊກດີທີ່ສຸດ ໄດ້ເປັນຄົນທີ່ບໍ່ຕ້ອງພະຍາຍາມຮ້ອງຂໍ ແຕ່ພອ້ມທີ່ຈະອ້າແຂນກອດທຸກເວລາ ບໍ່ວ່າເມຍຈະກຳລັງທຸກ ຫລືສຸກຊຳໃດ 10 ປີ ທີ່ຫາຍໃຈຮ່ວມກັນມາ ທຸກສຸກຜ່ານຫຍັງມາແນ່ບໍ່ຕ້ອງເວົ້າເລີຍ… ຜູ້ຊາຍທີ່ເສຍພໍ່ແມ່ໄປແຕ່ນ້ອຍ ມີຄວາມຮັກຈາກລູກກັບເມຍຍຽວຍາທຸກຢ່າງງ
ຈາກເດັກນ້ອຍກຳພ້າ ກາຍເປັນຫົວຫນ້າຄອບຄົວທີ່ແຂ່ງແກ່ງທີ່ສຸດບໍ່ວ່າດ້ານຄວາມຮັກ ຈິດໃຈ ຄວາມຫມັ້ນຄົງ ຄວາມຊື່ສັດ ສູ້ຊົນດ້ວຍໂຕເອງມາແຕ່ອາຍຸ15 ດັ້ນດົ້ງຈາກປາກເຊມາວຽງຈັນ ສູ້ຊົນທຸກຢ່າງດ້ວຍໂຕເອງ ອ້າຍເກັ່ງທີ່ສຸດ ດີທີ່ສຸດ ສູ້ຊີວິດທີ່ສຸດ
ບໍ່ກິນ ບໍ່ຫລີ້ນ ບໍ່ທ່ຽວ ຫາເງີນຢ່າງດຽວ ຂອບໃຈໃນການດູແລລູກເມຍ ທີ່ບໍ່ເຄີຍຂາດຕົກບົກຜອ່ງ ສິມີຜູ້ຊາຍຈັກຄົນທີ່ຈະມາຈັບຂີ້ ບາຍຍ່ຽວເຮົາໃນເວລາທີເຮົາບໍ່ສະບາຍ ທັງທີ່ເກີດມາຄົນລະທ້ອງ
.
.
ຂໍອະນຸຍາດອວດຜົວຊວ້ງນີ້ ໄວ້ໃຫ້ລູກເບີ່ງຕອນໃຫ່ຍ ວ່າລູກໂຊກດີຊຳໃດ ພາບບາງສວ່ນເທົ່ານັ້ນ ຖ້າເກັບມາໂພດຫມົດ ທີ່ຖ່າຍມາ 10 ປີຄົງບໍ່ໄຫວ ສຸກສັນວັນຄົບຮອບ 2011~2021 (10 ປີ ພໍດີ) ToNouSeven