ຜູ້ຊ່ຽວຊານແຈ້ງໃຫ້ຮູ້ວ່າ: ການຖອດລະຫັດກັບດຳເຮືອບິນລຳເກີດເຫດຕ້ອງໃຊ້ເວລາ 10 ຫາ 15 ວັນ CRI,ປັດຈຸບັນ, ໜ່ວຍງານກູ້ໄພ ກຳລັງດຳເນີນການຊອກຄົ້ນຫາກັບບັນທຶກຂໍ້ມູນການບິນ ຫຼືກັບດຳໜ່ວຍທີ 2 ຢູ່ຕາມສະຖານທີ່ເກີດເຫດເຮືອບິນຕົກຂອງບໍລິສັດການບິນ CHINA EASTERN . ແຕ່ຢູ່ສະຖານທີ່ເກີດເຫດໄດ້ມີຝົນຕົກ ເຊິ່ງອາດຈະເຮັດໃຫ້ດິນນ້ຳຝັງສິ່ງຂອງທີ່ສຳຄັນ ແລະເຮັດໃຫ້ການກູ້ໄພປະສົບຄວາມຫຍຸ້ງຍາກຫຼາຍຂຶ້ນ.
ສ່ວນກັບບັນທຶກຂໍ້ມູນສຽງ ຫຼືກັບດຳໜ່ວຍໜຶ່ງທີ່ຖືກຄົ້ນພົບເຫັນແລ້ວ, ຜູ້ຊ່ຽວຊານກ່າວວ່າ: ຕ້ອງຜ່ານການຖອດເອົາ, ແປລະຫັດ ແລະວິເຄາະຂໍ້ມູນ, ຈຶ່ງສາມາດອອກບົດລາຍງານໄດ້ ໂດຍຕ້ອງນຳໃຊ້ເວລາປະມານ 10 ຫາ 15 ວັນ ຈຶ່ງສາມາດໄດ້ຮັບຜົນການວິເຄາະເບື້ອງຕົ້ນ. ແຕ່ຖ້າຢາກໄດ້ຜົນສະຫຼຸບສຸດທ້າຍ ຍັງຕ້ອງໃຊ້ເວລາດົນກວ່ານີ້.
ວັນທີ 23 ມີນາຜ່ານມາ ທີມກູ້ໄພໄດ້ຄົ້ນພົບກັບບັນທຶກສຽງ ຫຼື ກັບດຳໜ່ວຍໜຶ່ງຢູ່ໃນເຮືອບິນ, ສ່ວນວຽກງານກູ້ໄພໃນເຂດໃຈກາງພວມດຳເນີນຢູ່ ໂດຍໄດ້ກາງຕູບຜ້າເຕັ້ນເພື່ອເກັບໂຮມຊາກຂອງເຮືອບິນ ແລະ ພວມພະຍາຍາມສຸດຂີດເພື່ອຄົ້ນຫາກັບດຳໜ່ວຍທີ 2 .
ປັດຈຸບັນ, ພະນັກງານກູ້ໄພໄດ້ຂະຫຍາຍຂອບເຂດຄົ້ນຫາກັບດຳໜ່ວຍທີ 2. ນັກຂ່າວ CMG ໄດ້ສັງເກດຫັນວ່າ: ຊາວບ້ານຢູ່ທ້ອງຖິ່ນນັ້ນໄດ້ຂີ່ລົດຈັກຊ່ວຍຂົນສົ່ງວັດຖຸກູ້ໄພ. ປັດຈຸບັນນີ້, ວັດຖຸຊ່ວຍເຫຼືອຕ່າງໆໄດ້ຂົນສົ່ງໄປເຖິງສູນບັນຊາການສຸກເສີນກັບທີ່ຕາມລຳດັບ.