ບຸນປີໃຫມ່ ຢູ່ຫຼວງພະບາງ! ຫ້າມຫຼິ້ນນ້ຳຢູ່ຕາມຖະໜົນ ໃຫ້ຈັດພໍເປັນຮີດຄອງປະເພນີເທົ່ານັ້ນ

0
137

ບຸນປີໃຫມ່ ຢູ່ຫຼວງພະບາງ! ຫ້າມຫຼິ້ນນ້ຳຢູ່ຕາມຖະໜົນຢ່າງເດັດຂາດ ໃຫ້ຈັດແຕ່ພໍເປັນຮີດຄອງປະເພນີເທົ່ານັ້ນ.

ຫ້ອງວ່າການແຂວງຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ຈະກຳນົດເອົາ ວັນພຸດ ທີ 13/04/2022 ເປັນວັນພັກຊົດເຊີຍປີໃໝ່ລາວ ປີ 2022 ທົດແທນ ວັນເສົາ ທີ 16/04/2022 ແລະ ໃຫ້ຫຼີ້ນບຸນປີໃໝ່ລາວ ຕາມຮີດຄອງປະເພນີ ຫ້າມຈັດກິດຈະກໍາຕ່າງໆ.

ການຫຼິ້ນບຸນປີໃໝ່ລາວປີນີ້ ຕ້ອງມີຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ໃຫ້ກອງບັນຊາການ ປກສ ແຂວງ, ເມືອງ-ນະຄອນ, ອອກບົດແນະນຳລະອຽດຕື່ມ ເປັນຕົ້ນແມ່ນຫ້າມຫຼິ້ນນ້ຳຢູ່ຕາມຖະໜົນ ຫົນທາງ ຢ່າງເດັດຂາດ.

ຕ້ອງມີການຄຸ້ມຄອງຮ້ານອາຫານ, ຮ້ານກິນດື່ມ ຕາມລະບຽບກົດໝາຍກຳນົດ ສຳລັບຮ້ານບັນເທິງ ຕ່າງໆໂດຍອີງສີງມາດຕະການທີ່ທາງຄະນະສະເພາະ ກີດຂັ້ນສູນກາງວາງອອກ ແລະ ໃຫ້ຄະນະຮັບຜິດຊອບຈັດງານສະເຫຼີມສະຫຼອງປີໃໝ່ລາວ ຄົ້ນຄວ້າລະອຽດ ກິດຈະກໍາທີ່ອານຸມັດໃຫ້ເຄື່ອນໄຫວຕາມຮີດຄອງປະເພນີ ຢູ່ຕາມວັດວາ, ອາຣາມຕ່າງໆ ແລະ ພິທີອັງເຊີນພະ ບາງລົງມາຫົດສົ່ງ (ຖ້າມີ).