ເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນສາມາດຈັບຊາຍ ຫຼື ໂຈນທີ່ໃຊ້ງ້າວຟັນຜູ້ຍິງຈົນໄດ້ຮັບບາດເຈັບ ເພື່ອປຸ້ນເອົາລົດຈັກໄດ້ແລ້ວເມື່ອມໍ່ໆມານີ້ ຊື່ທ້າວ ໂຕບີ່ ອາຍຸ 27 ປີ ອາຊີບວ່າງງານ ຢູ່ບ້ານໜອງປິງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ສ່ວນຜູ້ຮ່ວມຂະບວນການອີກໜຶ່ງຄົນຍັງເອົາຕົວຫຼົບໜີ.
ເຫດການດັ່ງກ່າວເກີດຂຶ້ນ ໃນຄໍ່າຄືນຂອງວັນທີ 13 ມີນາ 2022 ທີ່ຜ່ານມາ ເວລາ 1:00 ໂມງ ຢູ່ເສັ້ນທາງເຂດບ້ານສະຫວ່າງ ແຕ່ບໍ່ໄດ້ລົດ, ຫຼັງຈາກນັ້ນ ກໍເອົາຕົວຫຼົບໜີ. ປັດຈຸບັນນີ້ກຳລັງ ຕິດຕາມຈັບຜູ້ຮ່ວມກໍ່ເຫດອີກໜຶ່ງຄົນ.
ສາເຫດໃນການໃຊ້ງ້າວຟັນຜູ້ຍິງເພື່ອປຸ້ນເອົາລົດຈັກໃນຄັ້ງນີ້ແມ່ນເພື່ອຈະເອົາລົດຈັກໄປຂາຍ ຊື້ຢາເສບຕິດ ແລະ ກ່ອນຈັບຕົວຜູ້ກຽ່ວໄດ້ ແມ່ນຍ້ອນເຈົ້າໜ້າທີ່ຈື່ໜ້າຜູ້ກໍ່ເຫດໄດ້ເພາະ ເຄີຍຖືກຄຸກ 5 ປີ ( 2014-2019 ) ຢູ່ຄ້າຍຄຸມຂັງ ເມືອງຈັນທະບູລີ ໃນຂໍ້ຫາຄ້າຂາຍຢາເສບຕິດ.