ແມ່ຈົບໂທ ພໍ່ຈົບດັອກເຕີ້ແຕ່ພວກເຂົາກັບພາກພູມໃຈທີ່ ລູກເສັງຕົກທຸກວິຊາ

0
313

ເມື່ອບໍ່ນານມານີ້ເວັບໄຊ້ຕ່າງປະເທດໄດ້ນຳສະເໜີເລື່ອງລາວຂອງຊາວເນັດທ່ານໜຶ່ງ ໂດຍເລື່ອງລາວມີຢູ່ວ່າ ລູກຊາຍຂ້ອຍບໍ່ເກັ່ງເລກ ແຕ່ເຂົາເຮັດອາຫານແຊບ ຂຽນຮຽງຄວາມບໍ່ໄດ້ເລື່ອງແຕ່ກະຕັນຍູຕໍ່ພໍ່ແມ່ ໃຜໆກໍ່ຕ່າງຢາກລ້ຳລວຍປະສົບຄວາມສຳເລັດມີຊື່ສຽງ ໜ້າເສຍດາຍ 90% ຂອງຜູ້ຄົນເປັນຄົນທຳມະດາ

ໃນໂຮງຮຽນມີເດັກນ້ອຍສອງປະເພດທີ່ຄູຈະຈື່ໄດ້ແມ້ນຄື ຮຽນເກັ່ງກັບຮຽນບໍ່ເກັ່ງ ຜູ້ປົກຄອງຂອງນັກຮຽນທີ່ຮຽນດີ ທຸກຄັ້ງທີ່ໄປໂຮງຮຽນ ທຸກຄັ້ງທີ່ໄປໂຮງຮຽນກໍຈະຢືດຫຼາຍ ໃບໜ້າເຕັມໄປດ້ວຍຄວາມໝັ້ນໃຈ ແລະ ຄວາມພາກພູມໃຈ ແຕ່ໃນຖານະແມ່ຂອງນັກຮຽນທີ່ຮຽນອ່ອນ ທຸກຄັ້ງທີ່ໄປໂຮງຮຽນຂ້ອຍກໍ່ຈະແອບໄປນັ່ງມຸມໆ ຈົງໃຈໃສ່ເສື້ອຜ້າສີເຂັ້ມ ຍ້ານຜູ້ປົກຄອງຄົນອື່ນກັບຄູຈະສັງເກດເຫັນ ຕໍ່ມາເພື່ອໃຫ້ຜົນການຮຽນລູກທັນຄົນອື່ນ ຂ້ອຍກໍ່ເລີຍໄປສະໝັກຮຽນພິເສດໃຫ້ລູກ ຫຼາຍໂຕຫຼາຍບ່ອນ ເຖິງຂະໜາດຍອມເສຍເງິນໃຫ້ລູກຮຽນຕົວຕໍ່ຕົວ

ແຕ່ກໍເທົ່ານັ້ນ ຜົນການຮຽນຂອງລູກກໍຍັງບໍ່ດີຂຶ້ນ ໃນທີ່ສຸດ ຂ້ອຍກໍຕ້ອງຍອມຮັບຄວາມຈິງອັນໜ້າຢ້ານນີ້ ລູກຂອງຂ້ອຍເປັນເດັກຮຽນທຳມະດາ ແລ້ວເຂົາເປັນເດັກດີ ເຊື່ອຟັງ ຂ້ອຍໃຫ້ເຂົາໄປຮຽນພິເສດ ເຂົາກໍ່ເຮັດຕາມຫນ້າທີ່ຢ່າງຈິງຈັງ ໜ້າຮ້ອນປີນັ້ນ ຂ້ອຍສະໝັກໃຫ້ລູກຮຽນພິເສດພາສາອັງກິດກັບເລກ ລູກບອກຂ້ອຍເອງວ່າ

ລູກຂອງຂ້ອຍ ເຖິງແມ່ນວ່າຈະບໍ່ເກັ່ງເລກແຕ່ເຂົາມັກເຮັດອາຫານ ເປີດເບິ່ງຕຳລາເຮັດອາຫານທຸກເຫຼັ້ມທີ່ຂ້ອຍຊື່ມາ ຕອນນີ້ເຂົາພຽງອາຍຸ 10 ປີສາມາດເຮັດອາຫານໄດ້ແຊບຫຼາຍເມນູແລ້ວ ລູກຂອງຂ້ອຍ ເຖິງແມ່ນວ່າພາສາອັງກິດຈະບໍ່ໄດ້ເລື່ອງ ລືມວ່າຄຳສັບສະກົດແນວໃດຕະຫຼອດ ແຕ່ເຂົາເປັນຄົນຈິດໃຈດີ ເວລາເປີດປະຕູເຂົ້າອາຄານ ຖ້າເຂົາເຫັນວ່າດ້ານຫຼັງມີຄົນຕາມມາ ເຂົາຈະເອົາມືນ້ອຍນ້ອຍ ຈັບປະຕູໄວ້ ຖ້າໃຫ້ຄົນທີ່ຍ່າງຕາມຫລັງມາເຂົ້າປະຕູນ້ຳກັນ

ມີຢູ່ຄືນໜຶ່ງ ຂ້ອຍເຈັບຄໍຫຼາຍ ລູກກໍບອກວ່າ “ແມ່ໄປນອນຍີ້ ຂ້ອຍດູແລເອງ” ຂ້ອຍນອນຜ່ານໄປຈັກພັກ ໜ້າຈະເປັນຕອນທີ່ລູກເຮັດວຽກບ້ານແລ້ວ ເຂົາກໍ່ຄ່ອຍຄ່ອຍຍ່າງເຂົ້າມາຫາຂ້ອຍ ແລ້ວກໍ່ຫົ່ມຜ້າຫົ່ມໃຫ້ຂ້ອຍ ຂ້ອຍເຄີຍຖືກຄວາມຄິດໜຶ່ງຄອບງຳເປັນເວລາດົນນານ ເມື່ອເຫັນລູກຊາຍຮຽນບໍ່ໄດ້ເລື່ອງ ກໍຄິດເຖິງຄຳບູຮານວ່າ ລູກຮຽນດີເກີດມາເພື່ອຕອບແທນ ລູກຮຽນອ່ອນເກີດມາເພື່ອລ້າງແຄ້ນ

ແຕ່ຕອນນີ້ ຂ້ອຍບໍ່ຄິດແນວນັ້ນແລ້ວ ຕອນທີ່ຫາກໍ່ເປີດສົກຮຽນ ໃນຊັ້ນມີການລົງຄະແນນເລືອກກຳມະການ ອາຈານທີ່ປຶກສາບອກຂ້ອຍວ່າ “ມື້ນີ້ກັບເຮືອນໄປຢ່າລືມຍ້ອງລູກຊາຍເດີ້ ເຂົາກ້າທີ່ຈະຂຶ້ນເວທີຢ່າງກ້າຫານ ເພື່ອຮັບຄັດເລືອກເປັນກຳມະການກິລາ ແຖມນັກຮຽນໃນຫ້ອງທັງ 38 ຄົນລ້ວນແຕ່ເລືອກເຂົາ ເຊິ່ງຕອນນັ້ນອີກ 4 ຄົນທີ່ເຂົ້າມາຮັບຄັດເລືອກນຳກັນ ທຸກຄົນຮຽນດີຢູ່ໃນ 10 ອັນດັບແລກ

ອາຈານທີ່ປຶກສາຍັງບອກອີກວ່າ “ຜົນຂອງການເລືອກຄັ້ງນີ້ ຕົວຂ້ອຍເອງກໍ່ຄິດບໍ່ເຖິງຂ້ອຍກໍ່ເລີຍຖາມນັກຮຽນທຸກຄົນວ່າເປັນຫຍັງຈຶ່ງເລືອກເຂົາ ນັກຮຽນທຸກຄົນກໍເວົ້າກັນໄປຕ່າງໆ ນາໆ ແຕ່ປະເດັນສຳຄັນກໍຄືເຂົາຊື່ສັດ ມ່ວນຊື່ນ ຊ່ວຍເຫຼືອຜູ້ອື່ນ ເວລາໃຜມີບັນຫາເຂົາຈະເປັນຄົນທຳອິດທີ່ຍືນມືເຂົ້າມາຊ່ວຍ…”

ໄດ້ຍິນອາຈານທີ່ປຶກສາເວົ້າແບບນັ້ນ ຂ້ອຍກໍ່ຊາບຊຶ້ງແລະພາກພູມໃຈເປັນຈຳນວນຫຼວງຫຼາຍເຖິງແມ່ນວ່າເຂົາຮຽນບໍ່ໄດ້ເລື່ອງ ຜົນການສອບເສັງຈະຢູ່ອັນດັບສຸດທ້າຍເກືອບທຸກຄັ້ງ ແຕ່ເຂົາກໍເປັນເດັກດີ ຮັກຄົນອື່ນແລະຮັກຕົວເອງ ເຄົາລົບຄົນອື່ນແລະເຄົາລົບຕົວເອງ ມີຈິດໃຈໂອບອ້ອມອາລີກັບທຸກຄົນຮອບຕົວ ນີ້ມັນມີຄຸນຄ່າຍິ່ງກ່ວາຜົນການຮຽນຫຼືຊັບສົມກ່ວາອີກແມ່ນບໍ່ ?

ຂ້ອຍວ່ານີ້ເປັນວິຖີຊີວິດທີ່ປະສົບຄວາມສຳເລັດທີ່ສຸດ