ເຮັດແທ້ ສິ່ງທີ່ຜູ້ຂັບຂີ່ຄວນປະຕິບັດໃນໄລຍະບຸນຊ່ວງເຮືອທ່າວັດຈັນ

0
1274

ງານບຸນອອກພັນສາປະວໍລະນາ ແລະ ງານບຸນຊ່ວງເຮືອທ່າວັດຈັນ ທີ່ຈະມີຂຶ້ນໃນລະຫວ່າງວັນທີ 8-11 ຕຸລາ 2022 ນີ້, ຄາດວ່າສະພາບການສັນ ຈອນອາດຈະມີຄວາມແອອັດ, ສັບສົນຢູ່ບາງຖະໜົນ ເຊັ່ນ: ຖະໜົນສຸພານຸວົງ, ຖະໜົນເສດຖາທິລາດ, ຖະໜົນສາມແສນໄທ, ຖະໜົນຄູວຽງ ແລະ ອື່ນໆ.

ພັທ ວິລະພົງ ສະເໜ່ຫາ ຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ກ່າວໃນວັນທີ 5 ຕຸລາ ຜ່ານມາວ່າ: ເພື່ອຮັບປະກັນໃຫ້ການ ສັນຈອນໃນງານບຸນອອກພັນສາປະວໍລະນາ ແລະ ງານບຸນຊ່ວງເຮືອທ່າວັດຈັນ ປີນີ້ ບໍ່ແອອັດຫຼາຍໄປ-ມາສະດວກບັນດາລົດປະເພດຕ່າງໆທີ່ມາແຕ່ລະ ທິດໃຫ້ປະຕິບັດ ດັ່ງນີ້:

ມາຈາກທິດເໜືອ ມີຈຸດປະສົງມາທ່ຽວງານບຸນຊ່ວງເຮືອ ແມ່ນອະນຸຍາດໃຫ້ເຂົ້າຈອດສະຖານທີ່ຈອດລົດທີ່ອະນຸກຳມະການອະນຸຍາດ ຫຼື ຈອດຕາມແຄມຖະໜົນສຸພານຸວົງ ແລະ ທາງຮ່ອມອື່ນໆ ທີ່ເຫັນວ່າ ມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງການສັນຈອນຂອງຍານພາຫະນະຄັນອື່ນ.

ມາຈາກທິດໃຕ້ ອະນຸຍາດໃຫ້ຈອດລົດຢູ່ສະຖານທີ່ຈອດລົດຂອງພະແນກໂຍທາທິການ ແລະ ທາງຮ່ອມໂຮງຮຽນມັດທະຍົມຕອນປາຍ ເພຍວັດ ຫຼື ຈອດຕາມແຄມທາງຮ່ອມອື່ນໆທີ່ ເຫັນວ່າ ມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງການສັນຈອນຂອງຍານພາຫະນະຄັນອື່ນ.

ມາຈາກຖະໜົນ 13 ໃຕ້ ອະນຸຍາດໃຫ້ຈອດຕາມສະຖານທີ່ຈອດລົດຕໍ່ໜ້າສະໜາມກິລາເຈົ້າອານຸວົງ, ຫໍວັດທະນະທຳ ແລະ ຕາມແຄມທາງຮ່ອມອື່ນໆທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງການສັນຈອນຂອງຍານພາຫະນະອື່ນ.

ບັນດາລົດເກ໊ງ, ລົດກະບະ, ລົດຕຸກໆ, ຈຳໂບ້ ໃຫ້ຈອດຕາມສະຖານທີ່ຈອດລົດທີ່ອະນຸກຳມະການຈັດງານໄດ້ກໍານົດໄວ້ ແລະ ປະຕິບັດຕາມການແນະນໍາຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນທີ່ກຳລັງປະຕິບັດໜ້າທີ່ຢູ່ແຕ່ລະຈຸດ, ຕາມປ້ອມຕ່າງໆ.

ບັນດາລົດຈັກ, ລົດຖີບອະນຸຍາດໃຫ້ຈອດ ຕາມສະຖານທີ່ຈອດລົດທີ່ອະນຸກຳມະການຈັດງານກໍານົດໄວ້.
ສ່ວນຜູ້ນຳໃຊ້ຍານພາຫະນະທຸກປະເພດທີ່ບໍ່ມີຈຸດປະສົງມາທ່ຽວງານບຸນຊ່ວງເຮືອແ ຕ່ຕ້ອງນຳໃຊ້ຖະໜົນຕ່າງໆໃຫ້ປະຕິບັດ ດັ່ງນີ້:

ມາຈາກຖະໜົນ 13 ເໜືອ ມີຈຸດປະສົງ ໄປຖະໜົນ 13 ໃຕ້, ຖະໜົນທ່າເດື່ອໃຫ້ນຳໃຊ້ຖະໜົນອາຊຽນ, ຖະໜົນໜອງບຶກ ແລະ ຖະ ໜົນດົງໂດກ.

ມາຈາກຖະໜົນ 13 ໃຕ້ ແລະ ຖະໜົນເລກ10 ມີຈຸດປະສົງໄປຖະໜົນ 13 ເໜືອໃຫ້ ນຳໃຊ້ຖະໜົນ 450 ປີ, ຖະໜົນກຳແພງເມືອງ ແລະ ຖະໜົນມິດຕະພາບ.

ຫ້າມພາຫະນະທຸກປະເພດນຳໃຊ້ຖະ ໜົນເຈົ້າຟ້າງຸ່ມ (ແຄມຂອງ) ແຕ່ 3 ແຍກຄຣີນິກ ສາກົນເຖິງ 3 ແຍກປາກປ່າສັກ ເລີ່ມແຕ່ວັນທີ 8-11 ຕຸລາ 2022, ສະເພາະພາຫະນະທີ່ມີຈຸດປະສົງນຳເອົາສິນຄ້າເຂົ້າໄປຂາຍໃນງານບຸນແມ່ນອະນຸຍາດໃຫ້ເຂົ້າແຕ່ເວລາ 5 ຫາ 8 ໂມງ ເຊົ້າ ເມື່ອເອົາສິນຄ້າລົງແລ້ວໃຫ້ເອົາລົດອອກໄປຈອດຢູ່ບ່ອນອື່ນ ເພື່ອບໍ່ໃຫ້ກີດຂວາງການສັນຈອນໃນງານບຸນ.

ພັທ ວິລະພົງ ສະເໜ່ຫາ ຍັງໄດ້ຮຽກຮ້ອງມາ ຍັງພໍ່ແມ່ປະຊາຊົນທຸກຊັ້ນຄົນທີ່ໃຊ້ລົດ-ໃຊ້ຖະໜົນມີຈຸດປະສົງຈະມາທ່ຽວງານບຸນດັ່ງກ່າວ ຕ້ອງປະຕິບັດຕາມແຈ້ງການ ແລະ ກົດລະບຽບຂອງງານບຸນຢ່າງເຂັ້ມງວດ ເພື່ອຮັບປະກັນບໍ່ໃຫ້ເກີດບຸນຫາລົດຕິດອັ່ງອໍຫຼາຍຊົ່ວໂມງ; ສ່ວນຜູ້ທີ່ບໍ່ມີຈຸດປະສົງທີ່ຈະມາທ່ຽວງານບຸນຍາກໃຫ້ນໍາໃຊ້ເສັ້ນທາງສາຍອື່ນໄປກ່ອນ ເພື່ອຫຼີກລ່ຽງບັນຫາລົດຕິດ ແລະ ທີ່ສໍາຄັນບັນດາທ່ານຜູ້ໃຊ້ລົດ-ໃຊ້ຖະໜົນຄວນເຮັດໃນເວລາຂັບຂີ່ນັ້ນຕ້ອງໃສ່ໃຈປະຕິບັດກົດລະບຽບການສັນຈອນຢ່າງເຂັ້ມງວດ ແນໃສ່ຮັບປະກັນບໍ່ໃຫ້ຕົວທ່ານເອງເກີດອຸບັດຕິເຫດ.