ກົດໄລ້ກົດແຊຣ໌ ດວງລາຍວັນປະຈຳວັນທີ 29 ມັງກອນ 2023 ການງານ ການເງິນ ຄວາມຮັກ

0
327

ຄົນເກີດວັນອາທິດ:ການ​ງານຕ້ອງ​ແກ້​ໄຂ​ບັນຫາ​ສະເພາະ​ໜ້າ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ຢ່າງ​ວ່ອງໄວ ການ​ເງິນຈະ​ໄດ້​ເງິນ​ເຂົ້າ​ມາ​ເລື້ອຍ​ໆ ໃນ​ໄລຍະ​ນີ້ ມີ​ໂຊກ​ທາງ​ດ້ານ​ການ​ເງິນ  ​ ຄວາມ​ຮັກລະ​ວັງ​ເກີດ​ເລື່ອງ​ຫຶງ​ຫວງ​ເຮັດໃຫ້​ຮູ້ສຶກ​ຫງຸດ​ຫງິດ​ໃນ​ຈິດ​ໃຈ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນ​ສີນໍ້າຕານ ເລກ​ນຳ​ໂຊກ​9

ຄົນເກີດວັນຈັນ:ການ​ງານການ​ເລີ່ມ​ຕົ້ນ​ທຸລະກິດ​ໃໝ່ໃນຊ່ວງນີ້ອາດມີຄວາມ​ຮູ້ສຶກ​ກັງ​ວົນ​ໃຈ ​ແຕ່​ກໍ​ສາມາດ​ສ້າງ​ຄວາມ​ສຳ​ເລັດ​ໄດ້​ດີ ການ​ເງິນຈະ​ໄດ້​ເງິນ​ເຂົ້າ​ມາ​ເຮັດໃຫ້​ຮູ້ສຶກ​ພຶງ​ພໍ​ໃຈຄວາມ​ຮັກ​ບໍ່​ໄດ້ຮັບ​ຄວາມ​ຊັດເຈນ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ ​ແລະ ​ຢ່າ​ໄປ​ປຶກ​ສາ​ກັບ​ຄົນທີ່​ບໍ່​ຫວັງ​ດີ​ເພາະ​ຈະ​ໄດ້ຮັບ​ຄຳ​ແນະ​ນຳ​ທີ່​ຜິດ​ໆ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​  1

ຄົນເກີດວັນອັງຄານ:ການ​ງານເລັ່ງ​ຮີບ​ໃນ​ເລື່ອງ​ຂອງ​ການເຮັດ​ທຸລະ​ກຳ​ທາງ​ດ້ານ​ການ​ເງິນ​ໃນ​ການ​ທີ່​ຈະ​ລົງ​ທຶນ​ເພີ່ມ ການ​ເງິນ​ຈະ​ໄດ້​ຂອງ​ຖືກ​ໃຈ ມີ​ຄວາມ​ສຸກ ໄດ້​ຂອງ​ມີ​ຄ່າ​ເຂົ້າ​ມາ​ເພີ່ມ​ຂຶ້ນ ​ ຄວາມ​ຮັກຈະ​ພົບ​ຮັກ​ກັບ​ຄົນທີ່​ມີ​ເກນ​ອາ​ຍຸ​ຫຼາຍກວ່າ ເຄື່ອງມຸງຄຸນ​  ​ໄຂ່ມຸກ ສີມຸງຄຸນສີ​ຟ້າ ເລກ​ນຳ​ໂຊກ​0

ຄົນເກີດວັນພຸດ:ການ​ງານ​ມີ​ລູກ​ນ້ອງ ​ຫຼື ທີມ​ງານ​ທີ່​ດີ​ຊ່ວຍ​ກັນ​ສ້າງ​ຜົນ​ງານ ​ແລະ ​ຊ່ວຍ​ກັນ​ແກ້​ບັນຫາ​ສະເພາະ​ໜ້າ​ໄດ້​ດີ ການ​ເງິນໂຊກ​ດີ​ຄອບຄົວ​ ແລະ ​ບໍລິວານ​ຈະ​ອຸປະຖຳ​ທາງ​ດ້ານ​ການ​ເງິນ​ກໍ​ເປັນ​ໄປ​ໄດ້ ຄວາມ​ຮັກຈະ​ພົບ​ຮັກ​ຈາກ​ການເດີນທາງ​ໄປ​ພົບ​ຄົນທີ່​ມີ​ເກນ​ອາ​ຍຸ​ຫຼາຍກວ່າ  ​ເຄື່ອງມຸງຄຸນ​​  ເງິນ ສີມຸງຄຸນສີ​ນໍ້າຕານ ເລກ​ນຳ​ໂຊກ​   4

ຄົນເກີດວັນພະຫັດ:ການ​ງານລະ​ວັງ​ຮຸ້ນສ່ວນ​ທີ່​ໄວ້​ໃຈ​ບໍ່​ໄດ້ ລະ​ວັງ​ຈະ​ຖືກ​ໂກງ ການ​ເງິນມີ​ໂຊກ​ແບບ​ບໍ່​ຄາດ​ຝັນ​ເຂົ້າ​ມາ​ເຮັດໃຫ້​ດີ​ໃຈ​ຫຼາຍ​ຂຶ້ນ​ໃນ​ໄລຍະ​ນີ້ ຄວາມ​ຮັກ​ຢູ່ໃນ​ເກນ​ທີ່​ດີ​ດ້ານ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ ມີ​ຄວາມ​ສຸກ ເຄື່ອງມຸງຄຸນ​ ຫິນນໍາໂຊກສີຂາວ ສີມຸງຄຸນ  ສີ​ສົ້ມ ເລກ​ນຳ​ໂຊກ​3

ຄົນເກີດວັນສຸກ:ການ​ງານ​​ ຈະ​ໄດ້ຮັບ​ການ​ຊ່ວຍ​ເຫຼືອ​ອຸປະຖຳ​ທາງ​ດ້ານ​ການ​ງານ​ຈາກ​ຄົນ​ສະໜິດ ການ​ເງິນຈະ​ໄດ້​ເງິນ​ກ້ອນ​ໃຫຍ່​ເຂົ້າ​ມາ​ເປັນ​ໂຊກດີ​ເປັນ​ຢ່າງ​ຫຼາຍ ຄວາມ​ຮັກຍັງ​ບໍ່​ໄດ້ຮັບ​ຄວາມ​ຊັດເຈນ​ດ້ານ​ຄວາມ​ຮັກ ເຄື່ອງມຸງຄຸນ​​ເງິນ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​2

ຄົນເກີດວັນເສົາ:ການ​ງານເດີນທາງ​ຕິດ​ຕໍ່​ງານ​ເລື້ອຍ​ຂຶ້ນ ປະ​ສົບ​ຄວາມ​ສຳ​ເລັດ​ດ້ານ​ທຸລະກິດ ການ​ເງິນ​ລາຍ​ຈ່າຍ​ຍັງມີ​ຫຼາຍ​ແບບ​ຫຼີກ​ລ້ຽງ​ບໍ່​ໄດ້​ເລີຍ​ໃນ​ໄລຍະ​ນີ້ ​ ​ຄວາມ​ຮັກ​ໄລຍະ​ນີ້​ມຸ່ງ​ເນັ້ນ​ດ້ານ​ການ​ງານ​ຫຼາຍກວ່າ​ທີ່​ຈະໃຫ້​ຄວາມ​ສຳຄັນ​ດ້ານ​ຄວາມ​ຮັກ ເຄື່ອງມຸງຄຸນ​ຄໍາຝຣັ່ງ ສີມຸງຄຸນສີຂຽວ ເລກ​ນຳ​ໂຊກ​7

LEAVE A REPLY

Please enter your comment!
Please enter your name here

This site uses Akismet to reduce spam. Learn how your comment data is processed.