ເກີດແຜ່ນດິນໄຫວ ຂະໜາດ 3.1 ຣິກເຕີ ຢູ່ເມືອງຈອມເພັດ ແຂວງຫຼວງພະບາງລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 17 ມີນາ 2023, ເວລາ 20:51 ໂມງ ຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ ຈຳນວນ 01 ຄັ້ງ, ໃນບໍລິເວນ ແຂວງ ຫຼວງພະບາງ, ລາຍລະອຽດຂອງການເກີດແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້:
1. ໃນເວລາ 20:51:23, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.973°N ແລະ ເສັ້ນແວງທີ່ 102.193°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.1 ຣິກເຕີ, ເຊິ່ງມີຄວາມເລິກຈາກເທິງໜ້າດິນປະມານ 1 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບໍລິເວນ ບ້ານ ສະໜຸກ ເມືອງ ຈອມເພັດ ແຂວງ
ຫຼວງພະບາງ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ຈອມເພັດ ປະມານ 11 Km.ໝາຍເຫດ: ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.